ຄວາມເປັນມາຂອງຊົນເຜົ່າຜູ້ໄທ ທີ່ຫຼາຍໆຄົນອາດຍັງບໍ່ຮູ້

ຄວາມເປັນມາຂອງຊົນເຜົ່າຜູ້ໄທ ທີ່ຫຼາຍໆຄົນອາດຍັງບໍ່ຮູ້

July 7, 2020 0 By admin

ຊົນເຜົ່າ ຜູ້ໄທ ມີປະຫວັດສາດ ແລະ ຕົ້ນກໍາເນີດຄ້າຍຄຽງກັບຊົນເຜົ່າອື່ນໆໃນຕະກຸນຫມວດພາສາລາວ-ໄຕ ພວກເຂົາອົບພະຍົບລົງມາຈາກທົ່ງນານ້ອຍອ້ອຍຫນູຜືນແຜ່ນດິນແດນຕອນໃຕ້ຂອງປະເທດ ສປ ຈີນ ໄປຢູ່ຫຼາຍແຫ່ງຫົນໃນທ້າຍສະຕະວັດທີ XVII-XVI ເປັນຕົ້ນມາ, ລຽບຕາມສາຍແມ່ນ້ໍາຂອງ, ແມ່ນໍ້າກົງ ຫຼື ສາລະວິນ ແລະ ລຽບຕາມແຄມສາຍແມ່ນໍ້າແດງ.

ຕະກຸນມາຕາມສາຍແມ່ນໍ້າແກງກໍໄດ້ແຍກກັນອີກເຊັ່ນ:ພວກເຂົາໄດ້ແຍກໄປຕາມສາຍແມ່ນໍ້າດຳ ແລະ ໄທເມົາ ແລ້ວກໍມີຊື່ວ່າ: ໄທດໍາ ແລະ ໄທເມົາ, ໄທດັ່ງກ່າວ ໄດ້ໄປຕັ້ງຫຼັກປັກຖານຢູ່ຫຼາຍບ່ອນ. ສະເພາະຢູ່ລາວເຮົາແມ່ນຕາມແຄມນໍ້າເຊບັ້ງໄຟ, ແມ່ນໍ້າຫີນບູນ, ເຂດເຊນໍ້ານ້ອຍຈົນໄປຮອດພູຊ້າງແຮ່, ທົ່ງນາຕູ່ນບໍລິເວນຊາຍແດນລະຫວ່າງເຂດແຂວງ ຄໍາມ່ວນ ແລະ ແຂວງ ສະຫວັນນະເຂດ.

ຊົນເຜົ່າ ຜູ້ໄທ ມີຊື່ເອີ້ນວ່າ: “ຜູ້ໄທ” ເຂົາເຈົ້າມັກເອີ້ນຕົນເອງ, ຊົນເຜົ່າອື່ນເອີ້ນ ແລະ ຊື່ໃຊ້ທາງລັດຖະການກໍແມ່ນ “ຜູ້ໄທ”. ສໍາລັບ ຜູ້ໄທ ແມ່ນມາຈາກຄໍາສັບທີ່ວ່າ: “ໄທ້, ໄທ ຫຼື ໄຕ” ແລະ ອີກຢ່າງຫນຶ່ງມາຈາກຄໍາສັບທີ່ວ່າ: “ໄທພູ” ຫມາຍຄວາມວ່າ: ຊົນເຜົ່ານີ້ໄດ້ອົບພະຍົບໄປ ຕາມສາຍພູແລ້ວລົງຕັ້ງບ້ານເຮືອນຢູ່ເຂດທົ່ງພຽງ ແລະ ແຄມແມ່ນໍ້າ, ຊື່ “ໄທພູ” ແມ່ນບໍ່ເຫມາະສົມກັບສະຖານທີ່ຢູ່ອາໄສຂອງພວກເຂົາເຈົ້າຈິ່ງຫັນມາເອີ້ນຊື່ໃຫ້ຖືກຕ້ອງ ແລະ ເຫມາະສົມກັບສະພາບຄວາມເປັນຈິງ, ຈິ່ງກາຍມາເປັນ “ຜູ້ໄທ” ຈົນເຖິງປັດຈຸບັນນີ້.


ຊົນເຜົ່າຜູ້ໄທ ໃນສະໄຫມກ່ອນຈະຕັ້ງບ້ານແມ່ນຕ້ອງໄດ້ຊອກຫາມື້ສັນວັນດີແລ້ວຂຸດຂຸມບັກໄມ້ເອົາເມັດເຂົ້າຈຸ້ມຫົວໃສ່ກັນ, ຖ້າເມັດເຂົ້າສານບໍ່ຫັກ, ບໍ່ເປື່ອຍ, ບໍ່ແຍກອອກຈາກກັນແມ່ນຕັ້ງບ້ານໄດ້.

ລັກສະນະເຮືອນຂອງຊົນເຜົ່າຜູ້ໄທ ເປັນເຮືອນຮ້ານ 3 ຫຼັງຕິດ ກັນຄື: ເຮືອນນອນ, ເຮືອນເຊຍ, ເຮືອນໄຟມີຊານ ( ເຮືອນຄົວ) ມີ 9 ເສົາ, ປະກອບດ້ວຍ 3 ຫ້ອງນອນ, ມີປະຕູເຂົ້າ-ອອກ 2 ປ່ອງ ແລະ ປ່ອງຢ້ຽມ 2 ປ່ອງ, ຫ້ອງນອນຈະເປັນແບບທໍາມະດາ, ຂັ້ນດ້ວຍຝາ ທາງສົ້ນເບື້ອງຫນຶ່ງຈະມີ ຫ້ອງໂຖງຊຶ່ງເປັນ ຫ້ອງມີຮ້ານບູຊາທັງເປັນບ່ອນນອນຂອງແຂກ ແລະ ລູກຊາຍ, ຖ້າລະບົບເຮືອນນ້ອຍເຕົາໄຟ ຫຼື ( ຄີໄຟ ) ເອົາໄວ້ໃນ, ຄົກຕໍາເຂົ້າເພິ່ນຈະເຮັດຕ່າງຫາກ.


ເຄື່ອງນຸ່ງຫົ່ມຂອງຊົນເຜົ່າຜູ້ໄທ ສໍາລັບຜູ້ຊາຍນຸ່ງໂສ້ງດໍາຫມໍ້ນິນມັດຫົວ, ຜ້າສະໂລ່ງ, ຜ້າຫາງ, ເສື້ອດຳຫມໍ້ນິນ, ຍ້ອມດ້ວຍນໍ້າເບີ, ນໍ້າຄາມ, ສັກຂາລາຍ.

ແມ່ຍິງນຸ່ງສິ້ນມີຫົວ, ສິ້ນມຸກ, ສິ້ນມັດຫມີ່, ເສື້ອດໍາມີສັບລາຍ, ຄໍລາຍ, ໃສ່ກະຕິ່ງເງິນ, ແພກະຊະ, ແພຕາລ່ອງຄຽນຫົວ,ຜ້າບ່ຽງ, ບາງຊະນິດໃຊ້ເວລາເຮັດ 1-2 ປີ, ມີກະຈ້ອນໃສ່ຫູ, ກ້ອງແຂນ, ເກີບ, ໃນເມື່ອກ່ອນໃສ່ເກີບຫນັງຄວາຍ, ເກີບສູງເຮັດດ້ວຍໄມ້, ໄມ້ກະເດົາ ແລະ ໄມ້ຕີນເປັດ.


ສໍາລັບເສດຖະກິດຂອງຊົນເຜົ່າຜູ້ໄທ ໃນເມື່ອກ່ອນເຂົາເຈົ້າ ເຄີຍດຳເນີນການຜະລິດທາງດ້ານກະສິກໍາເປັນຕົ້ນ: ເຮັດນາ, ເຮັດໄຮ່ ແລະ ເຮັດສວນເພື່ອປູກເຂົ້າ, ພືດທາດແປ້ງ, ເຜືອກ, ມັນ ແລະ ອື່ນໆ. ປະເພດສັດລ້ຽງມີເຊັ່ນ: ງົວ, ຄວາຍ, ຫມູ, ຫມາ ແລະ ສັດປີກຕ່າງໆ.


ປັດຈຸບັນການປູກຝັງລ້ຽງສັດຂອງເຂົາເຈົ້າຍິ່ງມີຄວາມຊານານ. ຜູ້ຊາຍຊົນເຜົ່າ ຜູ້ໄທ ນີ້ມີມູນເຊື້ອໃນການຕີເຫຼັກ, ບັນຫມໍ້, ຫຼໍ່ໄຫ ແລະ ວິຊາຈັກສານເຊັ່ນ: ກະບຸງ, ກະຕ່າ, ກະເປ້, ກະຍັງ, ຕິບເຂົ້າ, ສານສາດ ແລະ ອື່ນໆ. ພ້ອມນີ້ຍັງສາມາດປູກມອນລ້ຽງມ້ອນ, ປູກຝ້າຍເພື່ອຕໍ່າຫູກ ແຜ່ນແພ ແລະ ເຮັດເຄື່ອງປະດັບເພດຊົງຂອງຊົນເຜົ່າຕົນເອງໄດ້ຢ່າງຫຼວງຫຼາຍເປັນເສດຖະກິດຂາອອກຂອງຄອບຄົວທີ່ສ້າງລາຍຮັບໃຫ້ ຄອບຄົວສູງພໍສົມຄວນ. ມັນໄດ້ສ້າງຄວາມນິຍົມຊົມຊອບໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ, ເຂົາເຈົ້າແມ່ນຫນຶ່ງໃນຈໍານວນ ເຜົ່າ ທີ່ມີລະບົບເສດຖະກິດມີການຂະຫຍາຍຕົວແຮງເມື່ອທຽບໃສ່ຊົນເຜົ່າອື່ນໆ ໃນ ສປປ ລາວ.


ຕາມປົກກະຕິອາຫານການກິນດື່ມຂອງຊົນເຜົ່າຜູ້ໄທ ມັກລົດເຜັດ ແລະ ແຊບຊ້ອຍດີ, ກິນເຂົ້າຫນຽວ ແລະ ອາຫານປະເພດຕ່າງໆ. ພາເຂົ້າແຕ່ລະເທື່ອຂາດແຈ່ວບໍ່ໄດ້, ພາເຂົ້າຈະບໍ່ໃຫ້ວາງກ້ອງຂື່ເຮືອນ, ດື່ມນໍ້າດິບ, ນໍ້າຕື່ມ, ດື່ມເຫຼົ້າເດັດ, ເຫຼົ້າໄຫ ແລະ ເຫຼົ້າສະໂທ.
ຊົນເຜົ່າຜູ້ໄທ ມີຮີດຄອງປະເພນີຫຼວງຫຼາຍທີ່ອຸດົມສົມບູນໃນນັ້ນມີທັງພຸດທະສາສະຫນາ ແລະ ຜີຄຽງຄູ່ກັນ ໄປຕ່າງແຕ່ພາກປະຕິບັດຕົວຈິງຄື: ສາສະຫນາພຸດຢູ່ວັດ ແລະ ຜີຢູ່ເຮືອນ ຊຶ່ງມັນສະແດງອອກວ່າແຕ່ລະເຮືອນລ້ວນແຕ່ມີຮ້ານບູຊາຜີ, ການເສັ້ນ, ການເຢົາ ແລະ ອື່ນໆ ກໍຍັງເປັນສິ່ງຈໍາເປັນແກ່ຊີວິດ.

ການບູຊາ ຫຼື ການລ້ຽງຜີພໍ່, ແມ່ຍິງຕ້ອງໄດ້ປະຕິບັດເລື້ອຍໆ, ຄວາມສໍານຶກເຂົາເຈົ້າຕໍ່ຜີພໍ່ແມ່ ແມ່ນໄດ້ມີຫນ້າທີ່ປົກປັກຮັກສາລູກ, ຫຼານເປັນຜີທີ່ມີອໍານາດໃນເຮືອນ, ຜີມົນ ຫຼື ຜີເປົ້າ ມີລັກສະນະທີ່ສາມາດໃນການສື່ສານກັບຜີ ໂຕອື່ນໆ ຜີກະໄທ້, ຜີທີ່ມີອໍານາດປົກປັກຮັກສາບ້ານເມືອງໃຫ້ມີຄວາມຢູ່ເຢັນເປັນສຸກກໍແມ່ນຫໍບ້ານ ( ຜີບ້ານ) ແຕ່ລະປີຊາວບ້ານກໍຈະພາກັນ ຈັດພິທີລ້ຽງເປັນປະຈໍາ.


ຄຽງຄູ່ກັບການເຊື່ອຖືຜີຍັງມີພຸດທະສາສະຫນາ ຊຶ່ງເປັນສູນວັດທະນະທໍາ ແລະ ຂະນົບທໍານຽມທີ່ດີງາມມາແຕ່ບູຮານນະການຂອງຊົນເຜົ່າຜູ້ໄທ ແລະ ລາວ, ໂດຍສະເພາະພຸດມີຄວາມຜູກພັນກັບຜີ ແລະ ພາມທີ່ແຍກຈາກກັນບໍ່ໄດ້ທັງ 3 ຢ່າງນີ້ມັນມີການພົວພັນເຊິ່ງກັນ ແລະ ກັນ.


ສໍາລັບງານບຸນປະຈຳຂອງເຂົາເຈົ້າໂດຍທົ່ວໄປແລ້ວແມ່ນອີງຕາມປະຕິທິນລາວ ແລະ ໄດ້ຈັດງານບຸນຕາມແຕ່ລະເດືອນຄືກັນກັບ ຊົນເຜົ່າ ລາວ ໃນຮອບວຽນປີຫນຶ່ງ ( 12 ເດືອນ ).


ດ້ານສິລະປະວັນນະຄະດີຂອງຊົນເຜົ່າຜູ້ໄທແມ່ນມີຫຼາຍຢ່າງເປັນຕົ້ນແມ່ນ: ແຄນ,ກອງ,ກະຈັບປີ່,ຊໍແລະອື່ນໆ. ມີຄຳຜະຫຍາ, ຄຳສຸພາສິດ, ກອນຂັບ, ກອນລຳ ແລະວາດຟ້ອນໄປຕາມຂັງຫວະໃນ້ວລາເຂົາເຈົ້າເຮັດພິທີກຳແລະອື່ນໆ.


ຊົນເຜົ່າຜູ້ໄທ ມີພາສາປາກເວົ້າຄືກັນກັບຊົນເຜົ່າອື່ນໆ ບໍ່ມີ ຕົວຫນັງສືຂຽນ ແລະ ຈັດເຂົ້າໃນຫມວດພາສາ ລາວ – ໄຕ. ປັດຈຸບັນຊົນເຜົ່າ ຜູ້ໄທ ໄດ້ຕັ້ງຖິ່ນຖານພູມລໍາເນົາຢູ່ບັນດາແຂວງພາກກາງຄື: ແຂວງ ບໍລິຄໍາໄຊ, ແຂວງ ຄໍາມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ສາລະ ວັນ ແລະ ແຂວງ ຈໍາປາສັກ.

ແຫຼງທີ່ມາ:ປຶ້ມເອກະລັກຊົນເຜົ່າຜູ້ໄທ ຈັດພິມໂດຍກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ປີ2015